ຂ້າຂໍນົບນອບນິ້ວ ວັນທາແທບເໜືອຫົວ
ນ້ອມແດ່ຄູຄຸນສູງ ສົ່ງສະເໝີມານດາເຄົ້າ
ຂໍເອົາກອນກະວີໄຫວ້ ເປັນມາໄລລຽນຊໍ່
ຊອນສອດຄຳຂອດຂໍ້ ຍໍຍ້ອງຍື່ນຄູ ແດ່ເນີ
ກ່ອນນັ້ນເມົາມືດມົ້ວ ມົວສ່ອງບໍ່ເຫັນແສງ
ໄດ້ຄູແຍງເຍືອງສອນ ສັ່ງວິຊາຊານໃຫ້
ກ.ໄກ່ຮຽນຂຽນແຕ້ມ ຕາມມາຄື ຂ.ໄຂ່
ອະ ອາ ໄຂປາກອ້າ ເຮືອນຮ້ານຫ່ານກໍຮຽນ
ຍ້ອນວ່າຄູຄ່ອຍຊີ້ ຊູຊ່ວຍບໍ່ຍອມຖອຍ
ໜ້ອຍບໍ່ນານຂານໄຂ ອ່ານເອງສະບາຍໄດ້
ຈາກໜຶ່ງຄຳສອງຊ້ອນ ເປັນກອນກາບທ່ອງ
ຈົນຈື່ຈຳປ່ອງຖ້ວນ ຂະບວນຮູ້ຄູ່ອັນ
ເພາະວັນນັ້ນທີ່ໄດ້ ອາໄສທ່ານຄູສອນ
ກອນກະວີຈຶ່ງພໍຂຽນ ແຕ່ງເປັນພໍໄປໄດ້
ຄືດັ່ງຫງາຍຂອງຂວໍ້າ ງວຳດົນຫງາຍຜະຫງາດ
ຄືດັ່ງແສງສາດໃຫ້ ເຫັນຖໍ້າທີ່ມືດມົນ
ຄືດັ່ງຄົນບອກຊີ້ ທາງຮ່ອມທີ່ພວມຫຼົງ
ເປັນງົງໆຊົງເຊ ຊັດພະເນຈອນມົ້ວ
ດີທີ່ຄູເປັນຂົວໃຫ້ ເປັນທວນໄຟເຍືອງສ່ອງ
ມອງເຫັນດີຊົ່ວຮູ້ ເພາະຄູຕ້ານຄ່ອຍເຕືອນ
ວັນເດືອນດີຈອດຈັ້ງ ທີເຈັດຈື່ບໍ່ເຄີຍລືມ
ຕຸລາດຽວໃນປີ ບໍ່ຫ່ອນຈາງໃຈໄດ້
ແມ່ນວ່າໄຟເຜົາໄໝ້ ຫລາຍທີບໍ່ລືຫລ່າ
ບຸນຄຸນຄູຄູ່ຄໍ້າ ມະໂນນີ້ຕະຫລອດການ
ຂໍໃຫ້ຄູຈົ່ງເຂັ້ມ ແຂງເຫື່ອແຮງຖະໜັດ
ຢ່າໄດ້ຂັດເຄືອງຄີງ ຄ່ອຍສະບາຍເບົາເນື້ອ
ມີສຸກຫລາຍເຫລືອລົ້ນ ເກີນຄົນຄອງໂລກ
ຄວາມທຸກໂຊມໂສກແຄ້ນ ທະລາຍລ້າງຫ່າງໄກ ແດ່ຖ້ອນ
ປາກສະຈາກໄພພະຍາດຮ້າຍ ແຮງດັ່ງໂຄວິດ
ົ່ຢ່າປະຊິດເຖິງຄູ ຜູ້ມາກມາຍຄຸນລົ້ນ
ຜົນຜະຫລາເຄີຍສ້າງ ບຸກຄະລາກອນກ້າເກັ່ງ
ຄືກຸສົນທ່ຽງແທ້ ແນຄໍ້າຄູ່ຄູ
ມື້ໃດຫວິດຜ່ານພົ້ນ ໄພພະຍາດລາມລຸກ
ຊິຍົກຍໍເອົາຂັນ ໝື່ນມາລາຕາມຕ້ອນ
ຕອນນີ້ໄປມາຫຍຸ້ງ ລຸງລັງມັນບໍ່ຄ່ອງ
ຂໍເອົາກອນຝາກໄວ້ ຂໍໃຫ້ທ່ານຢູ່ຍືນ ເດີຄູເດີ
ໂດຍ: ຄຳພຸດ ເທບພະນົມ













