วันพุธที่ 6 ตุลาคม พ.ศ. 2564

ຄູ​ໃນດວງໃຈ​ ຂໍຍົກໄວ້ທີ່ສູງ

ຄູ​ໃນດວງໃຈ​ ຂໍຍົກໄວ້ທີ່ສູງ


ຂ້າຂໍນົບນອບນິ້ວ ວັນທາແທບເໜືອຫົວ
ນ້ອມແດ່ຄູຄຸນສູງ ສົ່ງສະເໝີມານດາເຄົ້າ
ຂໍເອົາກອນກະວີໄຫວ້​ ເປັນມາໄລລຽນຊໍ່
ຊອນສອດຄຳຂອດຂໍ້ ຍໍຍ້ອງຍື່ນຄູ ແດ່ເນີ


ກ່ອນນັ້ນເມົາມືດມົ້ວ​ ມົວສ່ອງບໍ່ເຫັນແສງ
ໄດ້ຄູແຍງເຍືອງສອນ​ ສັ່ງວິຊາຊານໃຫ້
ກ.​ໄກ່​ຮຽນຂຽນແຕ້ມ​ ຕາມມາຄື ຂ.ໄຂ່
ອະ​ ອາ​ ໄຂປາກອ້າ​ ເຮືອນຮ້ານຫ່ານກໍຮຽນ


ຍ້ອນວ່າຄູຄ່ອຍຊີ້​ ຊູຊ່ວຍບໍ່ຍອມຖອຍ
ໜ້ອຍບໍ່ນານຂານໄຂ ອ່ານເອງສະບາຍໄດ້
ຈາກໜຶ່ງຄຳສອງຊ້ອນ ເປັນກອນກາບທ່ອງ
ຈົນຈື່ຈຳປ່ອງຖ້ວນ​ ຂະບວນຮູ້ຄູ່ອັນ


ເພາະວັນນັ້ນທີ່ໄດ້      ອາໄສທ່ານຄູສອນ
ກອນກະວີຈຶ່ງພໍຂຽນ   ແຕ່ງເປັນພໍໄປໄດ້
ຄືດັ່ງຫງາຍຂອງຂວໍ້າ​   ງວຳດົນຫງາຍຜະຫງາດ
ຄືດັ່ງແສງສາດໃຫ້          ເຫັນຖໍ້າທີ່ມືດມົນ


ຄືດັ່ງຄົນບອກຊີ້​ ທາງຮ່ອມທີ່ພວມຫຼົງ
ເປັນງົງໆຊົງເຊ ຊັດພະເນຈອນມົ້ວ
ດີທີ່ຄູເປັນຂົວໃຫ້​ ເປັນທວນໄຟເຍືອງສ່ອງ
ມອງເຫັນດີຊົ່ວຮູ້​ ເພາະຄູຕ້ານຄ່ອຍເຕືອນ


ວັນເດືອນດີຈອດຈັ້ງ​ ທີເຈັດຈື່ບໍ່ເຄີຍລືມ
ຕຸລາດຽວໃນປີ ບໍ່ຫ່ອນຈາງໃຈໄດ້
ແມ່ນວ່າໄຟເຜົາໄໝ້ ຫລາຍທີບໍ່ລືຫລ່າ
ບຸນຄຸນຄູຄູ່ຄໍ້າ ມະໂນນີ້ຕະຫລອດການ


ຂໍໃຫ້ຄູຈົ່ງເຂັ້ມ ແຂງເຫື່ອແຮງຖະໜັດ
ຢ່າໄດ້ຂັດເຄືອງຄີງ ຄ່ອຍສະບາຍເບົາເນື້ອ
ມີສຸກຫລາຍເຫລືອລົ້ນ ເກີນຄົນຄອງໂລກ
ຄວາມທຸກໂຊມໂສກແຄ້ນ​ ທະລາຍລ້າງຫ່າງໄກ​ ແດ່ຖ້ອນ


ປາກສະຈາກໄພພະຍາດຮ້າຍ ແຮງດັ່ງໂຄວິດ
ົ່ຢ່າປະຊິດເຖິງຄູ​ ຜູ້ມາກມາຍຄຸນລົ້ນ
ຜົນຜະຫລາເຄີຍສ້າງ ບຸກຄະລາກອນກ້າເກັ່ງ
ຄືກຸສົນທ່ຽງແທ້ ແນຄໍ້າຄູ່ຄູ


ມື້ໃດຫວິດຜ່ານພົ້ນ ໄພພະຍາດລາມລຸກ
ຊິຍົກຍໍເອົາຂັນ ໝື່ນມາລາຕາມຕ້ອນ
ຕອນນີ້​ໄປມາ​ຫຍຸ້ງ​ ລຸງລັງມັນບໍ່ຄ່ອງ
ຂໍເອົາກອນຝາກໄວ້ ຂໍໃຫ້ທ່ານຢູ່ຍືນ ເດີຄູເດີ
ໂດຍ: ຄຳພຸດ​ ເທບພະນົມ

ຄູ​ໃນດວງໃຈ​ ຂໍຍົກໄວ້ທີ່ສູງ

ຄູ​ໃນດວງໃຈ​ ຂໍຍົກໄວ້ທີ່ສູງ ຂ້າຂໍນົບນອບນິ້ວ ວັນທາແທບເໜືອຫົວ ນ້ອມແດ່ຄູຄຸນສູງ ສົ່ງສະເໝີມານດາເຄົ້າ ຂໍເອົາກອນກະວີໄຫວ້​ ເປັນມາໄລ...